ກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ກຄມຊ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ກຄມຊ
      • ພະແນກສັງລວມ
      • ພະແນກຄຸ້ມຄອງການຮ່ວມມື
      • ພະແນກຕິດຕາມປະເມີນຜົນ
  • ຂ່າວສານ ປະຊາສຳພັນ
  • ຕິດຕໍ່ພົວພັນ

ກອງປະຊຸມສະພາມົນຕີ ຄະນະກຳມະທິການແມ່ນ້ຳຂອງສາກົນ ຄັ້ງທີ 27

ກອງປະຊຸມສະພາມົນຕີ ຄະນະກຳມະທິການແມ່ນ້ຳຂອງສາກົນ ຄັ້ງທີ 27 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມສະໄໝສາມັນ ຂອງ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ

ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝສາມັນຂອງຕົນຂຶ້ນ ໃນຕອນບ່າຍ ຂອງວັນທີ 27 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມກະຊວງພະລັງງານ ແລະ ບໍ່ແຮ່. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມມາດ ພົລເສນາ ປະທານຄະ ນະກໍາ ມະການແມ່ນໍ້າຂອງແຫ່ງຊາດ ແລະ ເປັນກຽດເປັນປະທານຮ່ວມ ຂອງ ທ່ານ ປ.ອ ຄໍາມະນີ ອິນທິລາດ ລັດຖະມົນຕິ ກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາຮອງປະທານ ແລະ ກຳມະການ ຂອງຄະນະກຳມະການ ແມ່ນ້ຳຂອງ ແຫ່ງຊາດ ເຂົ້າຮ່ວມ ທັງໝົດ 50 ກວ່າທ່ານ ທີ່ມາຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ-ປ່າໄມ້, ກະຊວງ ການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ຫ້ອງວ່າການສໍາ ນັກງານນາຍົກ ລັດຖະມົນຕີ, ກອງເລຂາຄະນະກໍາມະ ການແມ່ນໍ້າຂອງແຫ່ງຊາດ ແລະ ບັນດາກົມກອງອ້ອມຂ້າງ ກະຊວງຊັບພະຍາ ກອນທໍາ ມະຊາດ ແລະ ສິ່ງແວດ ລ້ອມ.

Read more: ກອງປະຊຸມສະໄໝສາມັນ ຂອງ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ

Awareness on previous and current hydrological condition in Mekong river basin due to climate change

Read more: Awareness on previous and current hydrological condition in Mekong river basin due to climate...

ກອງປະຊຸມປຶກສາຫາລືກັບຂະແໜງການກ່ຽວຂ້ອງເພື່ອປະກອບຄຳເຫັນໃສ່ 3 ເອກະສານ ຂອງ ຄມສ

ໃນຕອນເຊົ້າຂອງ ວັນທີ 12 ມິຖຸນາ 2020 ທີ່ຜ່ານມາ ກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ ໄດ້ຈັດກອງປະຊຸມ ປຶກສາຫາລືກັບບັນດາຂະແໜງການທີ່ກ່ຽວຂ້ອງ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອປະກອບຄໍາເຫັນໃສ່ເນື້ອໃນ 3 ເອກະສານ ຂອງ ຄະນະກໍາມາທິການ ແມ່ນໍ້າຂອງ ສາກົນ ໂດຍພາຍໃຕ້ການ ເປັນປະທານ ຂອງ ທ່ານ ພອນປະເສີດ ພູລິພັນ, ຮອງຫົວໜ້າກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ເຊິ່ງມີຜູ້ ເຂົ້າຮ່ວມທັງໝົດ ຈໍານວນ 20 ທ່ານ ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງ ປະເທດ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກໍາ ແລະ ປ່າໄມ້, ກົມກອງອ້ອມຂ້າງ ກຊສ ແລະ ຫົວໜ້າພະແນກ ແລະ ວິຊາການ ທີ່ ຮັບຜິດຊອບວຽກງານ ດັ່ງກ່າວ ຈາກ ກຄມຊ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍແມ່ນເພື່ອໃຫ້ບັນດາຂະແໜງ ການທີ່ກ່ຽວຂ້ອງ ປະກອບຄໍາຄິດຄໍາເຫັນຄັ້ງສຸດທ້າຍ ຕໍ່ 3 ເອກະສານ ດັ່ງກ່າວ ຄື: ຮ່າງບົດແນະນໍາ ກ່ຽວກັບ ການອອກແບບ ເຂື່ອນໄຟຟ້າພະລັງນໍ້າເບື້ອງຕົ້ນ ສະບັບປັບປຸງ ປີ 2018 (Pre-liminary Design Guidance-PDG2018); ຮ່າງບົດ ແນະນໍາ ກ່ຽວກັບ ການປະເມີນຜົນກະທົບສິ່ງແວດລ້ອມ ຂ້າມຜ່ານຊາຍແດນ (Guidelines for Transboundary Environmental Impact Assessment-TbEIA); ຮ່າງຍຸດທະສາດ ການພັດທະນາເຂື່ອນ ໄຟຟ້າພະລັງນໍ້າແບບຍືນຍົງ (Sustainable Hydropower Development Strategy-SHDS).

Read more: ກອງປະຊຸມປຶກສາຫາລືກັບຂະແໜງການກ່ຽວຂ້ອງເພື່ອປະກອບຄຳເຫັນໃສ່ 3 ເອກະສານ ຂອງ ຄມສ

  • You are here:  
  • Home

Latest Articles

  • ກອງປະຊຸມສະພາມົນຕີ ຄະນະກຳມະທິການແມ່ນ້ຳຂອງສາກົນ ຄັ້ງທີ 27
  • ກອງປະຊຸມສະໄໝສາມັນ ຂອງ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ
  • ກອງປະຊຸມປຶກສາຫາລືກັບຂະແໜງການກ່ຽວຂ້ອງເພື່ອປະກອບຄຳເຫັນໃສ່ 3 ເອກະສານ ຂອງ ຄມສ
  • ຂອບເຂດສິດ ກຄມຊ
  • ຫນ້າທີ່ ກຄມຊ

ສະຖິຕິຜູ້ເຂົ້າຊົມ

014482
ມື້ນີ້
ມື້ວານນີ້
ອາທິດນີ້
ອາທິດຜ່ານມາ
ເດືອນນີ້
ເດືອນຜ່ານມາ
ທັງຫມົດ
7
67
137
13894
1621
1820
14482

Your IP: 3.230.173.249
2021-04-20 01:00
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2021 ກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ