- ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ການຈັດຕັ້ງ ປະຕິບັດສັນຍາ ແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງ ແມ່ນໍ້າຂອງ ຕາມຂອບເຂດສິດ ຂອງຕົນ;
- ເຊັນໜັງສືສະເໜີ, ບົດປະກອບຄຳເຫັນ, ບັດເຊີນ, ແຈ້ງການ, ສະໂໜດນໍາສົ່ງ, ບົດລາຍງານ, ບົດບັນທຶກ ແລະ ອື່ນໆທີ່ກ່ຽວຂ້ອງກັບພາລະບົດບາດ ຂອງກອງ;
- ສະເໜີຂັ້ນເທິງ ກ່ຽວກັບການຮ່າງ ແລະ ປັບປຸງນິຕິກຳຕ່າງໆ, ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ບົດແນະນຳ ໃນການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ;
ກອງເລຂາ ຄະນະກຳມະການ ແມ່ນ້ຳຂອງແຫ່ງຊາດ ຂຽນເປັນຕົວອັກສອນ ຫຍໍ້ວ່າ “ກຄມຊ” ແມ່ນກົງຈັກໜຶ່ງ ຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຖານະທຽບເທົ່າກົມ ແລະ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະນຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ກ່ຽວກັບການຈັດຕັ້ງ ປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ.
ກອງເລຂາ ຄະນະກໍາມະການ ແມ່ນໍ້າຂອງແຫ່ງຊາດ ມີໜ້າທີ່ ດັ່ງນີ້:
- ປະຕິບັດກົດໝາຍ ແລະ ມະຕິຕົກລົງ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດ ການຄຸ້ມຄອງອ່າງແມ່ນໍ້າຂອງ ທີ່ຂັ້ນເທິງວາງອອກ;
- ຫັນເອົາແນວທາງ ນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດ ຖະບານ, ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ວຽກງານການຈັດຕັ້ງປະ ຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງ ເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ກໍ່ຄື ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຂອບການຮ່ວມມືແມ່ນໍ້າຂອງ ຕອນລຸ່ມ-ສ.ອາເມລິກາ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຮັບ ຜິດຊອບ ໃນການ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບ ຜົນດີ ແລະ ປາກົດຜົນເປັນຈິງ;
Page 2 of 2