- Details
- Written by ສຸກກະເສີມ ຈັນທະປັນຍາ
ໜ້າທີ່ ຂອງ ພະແນກ ຂໍ້ມູ-ຂ່າວສານ
- ປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງລັດຖະບານ, ກະຊວງ ແລະ ກອງວາງອອກ ໃຫ້ໄດ້ຮັບຜົນດີ;
- ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກອງ ມາເປັນໜ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
- ປະສານງານກັບບັນດາປະເທດສະມາຊິກອ່າງແມ່ນໍ້າຂອງຕອນລຸ່ມ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການສຶກສາວ່າດ້ວຍການຄຸ້ມຄອງ ແລະ ພັດທະນາຕາມລຳແມ່ນໍ້າຂອງ;
- ປະສານງານກັບ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນການ ຕິດຕາມ, ພະຍາກອນ, ແຈ້ງເຕືອນ ແລະ ສັງລວມບົດລາຍງານກ່ຽວກັບສະພາບນໍ້າຖ້ວມ ແລະ ໄພແຫ້ງແລ້ງໃນອ່າງແມ່ນໍ້າຂອງ ລວມທັງສະພາບການປ່ຽນແປງດິນຟ້າອາກາດ ຢູ່ໃນອ່າງແມ່ນໍ້າຂອງ ເພື່ອໃຫ້ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນ ແລະ ແຈ້ງເຕືອນ;
- ປະສານງານ ແລະ ຊຸກຍູ້ສົ່ງເສີມຂະແໜງການທີ່ກ່ຽວຂ້ອງ ໃນການເກັບກໍາ, ຮັກສາ, ສ້າງ ແລະ ຄຸ້ມຄອງລະ ບົບຖານຂໍ້ມູນ, ຕົວແບບຈຳລອງ, ເຄື່ອງມືປະເມີນຜົນກະທົບການປ່ຽນແປງດິນຟ້າອາກາດ, ການວັດແທກປະ ລິມານການໄຫຼຂອງນ້ຳ, ການເຄື່ອນຍ້າຍຂອງຕະກອນ, ການບໍາລຸງຮັກສາສະຖານນີວັດແທກນໍ້າ ໃນອ່າງແມ່ ນໍ້າຂອງ, ການຄຸ້ມຄອງບັນດາຊອຟແວ ແລະ ບັນດາເຄື່ອງມືຕ່າງໆຂອງຄະນະກຳມາທິການແມ່ນໍ້າຂອງສາກົນ;
- ໂຄສະນາ ແລະ ເຜີຍແຜ່ບັນດາເຄື່ອງມືການນໍາໃຊ້ນໍ້າ ໃນອ່າງແມ່ນໍ້າຂອງ, ຕົວແບບຈໍາລອງອຸທົກກະສາດ, ບັນ ດາຂໍ້ມູນກ່ຽວກັບແຜນການພັດທະນາຕາມລໍາແມ່ນໍ້າຂອງ ພາຍໃຕ້ສັນຍາແມ່ນ້ຳຂອງ ປີ 1995 ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ແລະ ຂັ້ນເທິງຮັບຊາບ ຢ່າງເປັນປະຈຳ;
- ປະສານງານ ແລະ ຊຸກຍູ້ສົ່ງເສີມຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານວິຊາການ ພາຍໃຕ້ກອບສັນຍາແມ່ນໍ້າຂອງ ປີ 1995;
- ຄົ້ນຄວ້າ, ປະກອບຄຳເຫັນຕໍ່ເອກະສານຕ່າງໆ ແລະ ແຜນດຳເນີນງານ 5 ປີ ຂອງການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ດ້ານຊັບພະຍາກອນນ້ຳ, ການຮ່ວມມືຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ, ລວມທັງເອກະ ສານຂອງບັນດາກົມ, ກອງ, ສະຖາບັນ ພາຍໃນ ກຊສ ແລະ ຂະແໜງການທີ່ກ່ຽວຂ້ອງ, ພ້ອມທັງສະຫຼຸບລາຍ ງານເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນວຽກປະຈໍາປີ ຂອງກອງ ແລະ ກຊສ;
- ປະສານງານ ແລະ ຊຸກຍູ້ສົ່ງເສີມຂະແໜງການທີ່ກ່ຽວຂ້ອງພາຍໃນ ແລະ ຕ່າງປະເທດ ໃນການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກສາກົນ ພ້ອມທັງສະຫຼຸບລາຍງານ ໃຫ້ຄະນະກອງ ແລະ ຄະນະນຳກະ ຊວງ ໄດ້ຮັບຊາບຢ່າງເປັນປົກກະຕິ;
- ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
- ຄຸ້ມຄອງຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍ ງານການເຄື່ອນໄຫວວຽກງານຂອງພະແນກຕົນ ຕໍ່ຫົວໜ້າກອງ ເປັນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຫົວໜ້າກອງ.
- Details
- Written by ສຸກກະເສີມ ຈັນທະປັນຍາ
- Details
- Written by ສຸກກະເສີມ ຈັນທະປັນຍາ
- Details
- Written by ສຸກກະເສີມ ຈັນທະປັນຍາ
ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ຂຽນເປັນຕົວອັກສອນ ຫຍໍ້ວ່າ "ກຄມຊ" ແມ່ນກົງຈັກໜຶ່ງ ຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີຖານະເທົ່າກົມ ແລະ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະນຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ກ່ຽວກັບການຈັດຕັ້ງ ປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ.