-
Details
-
Written by ສຸກກະເສີມ ຈັນທະປັນຍາ
-
- ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດ ສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມຂອບເຂດສິດຂອງຕົນ;
- ເຊັນໜັງສືສະເໜີ, ບົດປະກອບຄຳເຫັນ, ບັດເຊີນ, ແຈ້ງການ, ສະໂໜດນໍາສົ່ງ, ບົດລາຍງານ, ບົດບັນທຶກ ແລະ ອື່ນໆ ທີ່ກ່ຽວຂ້ອງກັບພາລະບົດບາດ ຂອງກອງ;
- ສະເໜີຂັ້ນເທິງ ກ່ຽວກັບການຮ່າງ ແລະ ປັບປຸງນິຕິກຳຕ່າງໆ, ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ບົດແນະນຳໃນ ການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ;
- ພົວພັນວຽກງານໂດຍກົງກັບ ກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ, ບັນດາປະເທດສະມາຊິກແມ່ນໍ້າຂອງຕອນ ລຸ່ມ, ຄູ່ຮ່ວມເຈລະຈາ, ບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນອື່ນໆ;
- ເຈລະຈາ, ເຊັນສັນຍາ, ເຊັນບົດບັນທຶກຄວາມເຂົ້າໃຈ, ນິຕິກຳຕ່າງໆກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ພົວພັນເຖິງວຽກງານການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງ ແມ່ນໍ້າຂອງ ຕາມການມອບໝາຍຂອງຂັ້ນເທິງ;
- ສະເໜີຂັ້ນເທິງ ຮຽກໂຮມປະຊຸມ ອັນເນື່ອງຈາກມີເຫດທີ່ກໍ່ໃຫ້ເກີດຜົນກະທົບຮ້າຍແຮງ ແລະ ເປັນອັນຕະລາຍຕໍ່ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນອ່າງແມ່ນໍ້າຂອງ ໂດຍການປະສານສົມທົບ ກັບຂະແໜງການ ທີ່ກ່ຽວຂ້ອງ;
- ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ສັນຍາ ແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ;
- ຄຸ້ມຄອງ, ນໍາໃຊ້ສຳນັກງານ, ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານຕາມລະບຽບການ;
- ສະເໜີວ່າຈ້າງຊ່ຽວຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍ ແລະ ຮັບໃຊ້ວຽກງານ ວິຊາສະເພາະ ດ້ວຍແຫຼ່ງທຶນຂອງໂຄງການ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ;
- ສະເໜີ ແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດ ນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ແຕ່ງຕັ້ງ ແລະ ສະເໜີແຕ່ງຕັ້ງພະນັກງານ-ລັດຖະກອນ ພາຍໃນກອງ ເຂົ້າຮ່ວມປະຊຸມ, ສຳມະນາ, ຝຶກອົົບຮົມ, ທັດສະ ນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ;
- ປະຕິບັດສິດອື່ນໆຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະມົນຕີ, ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ.
115492
ມື້ນີ້
ມື້ວານນີ້
ອາທິດນີ້
ອາທິດຜ່ານມາ
ເດືອນນີ້
ເດືອນຜ່ານມາ
ທັງຫມົດ
6
15
169
114682
433
24348
115492
Your IP: 35.172.111.47
2023-06-09 03:46