ກອງເລຂາ ຄະນະກໍາມະການ ແມ່ນໍ້າຂອງແຫ່ງຊາດ ມີໜ້າທີ່ ດັ່ງນີ້:
- ປະຕິບັດກົດໝາຍ ແລະ ມະຕິຕົກລົງ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດ ການຄຸ້ມຄອງອ່າງແມ່ນໍ້າຂອງ ທີ່ຂັ້ນເທິງວາງອອກ;
- ຫັນເອົາແນວທາງ ນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດ ຖະບານ, ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ວຽກງານການຈັດຕັ້ງປະ ຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງ ເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ກໍ່ຄື ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຂອບການຮ່ວມມືແມ່ນໍ້າຂອງ ຕອນລຸ່ມ-ສ.ອາເມລິກາ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຮັບ ຜິດຊອບ ໃນການ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບ ຜົນດີ ແລະ ປາກົດຜົນເປັນຈິງ;
- ເປັນເຈົ້າການ ແລະ ອໍານວຍຄວາມສະດວກ ໃນການຈັດ ແລະ ເຂົ້າຮ່ວມກອງປະຊຸມ ສະໄໝສາມັນ, ວິສາມັນ ແລະ ກອງປະຊຸມວິຊາການ ຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ, ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ກໍ່ຄື ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຂອບການຮ່ວມມື ແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ. ພ້ອມທັງສະຫຼຸບ, ລາຍງານ ແລະ ໂຄສະນາເຜີຍແຜ່ຜົນຂອງບັນດາກອງປະຊຸມດັ່ງກ່າວ ຢ່າງເປັນລະບົບ;
- ຄຸ້ມຄອງ ພະນັກງານ-ລັດຖະກອນ ແລະ ຊ່ຽວຊານພາຍໃນ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ກອງເລຂາ ຄະນະກຳ ມະການແມ່ນ້ຳຂອງແຫ່ງຊາດ, ພະນັກງານລາວ ທີ່ເຮັດວຽກຢູ່ ກອງເລຂາ ຄະນະກໍາມາທິການ ແມ່ນ້ຳຂອງສາກົນ ເພື່ອສະຫຼຸບສັງລວມ ແລະ ລາຍງານຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ;
- ຄົ້ນຄວ້າ ແລະ ປະສານງານ ໃນການດຳເນີນການສຶກສາ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາ ອ່າງແມ່ນ້ຳຂອງ, ການນຳໃຊ້ເຄື່ອງມືຕົວແບບຈຳລອງ, ສະໜອງ ແລະ ເຊື່ອມສານຂໍ້ມູນຂ່າວ ສານ ທີ່ກ່ຽວຂ້ອງ ກັບການຈັດຕັ້ງປະຕິບັດ ສັນຍາແມ່ນໍ້າຂອງ ປີ 1995 ໂດຍປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;
- ປະສານງານ ແລະ ຊຸກຍູ້ສົ່ງເສີມຂະແໜງການທີ່ກ່ຽວຂ້ອງ ໃນການສ້າງ, ພັດທະນາຄູ່ມື ແລະ ດຳເນີນການຝຶກອົບຮົມ ກໍ່ຄື ການສ້າງຈິດສຳນຶກ ກ່ຽວກັບ ການຈັດຕັ້ງປະຕິບັດ ສັນຍາແມ່ນໍ້າ ຂອງ ປີ 1995;
- ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງ ປັບປຸງກົງຈັກການຈັດຕັ້ງ ຂອງ ຄະນະກຳມະການແມ່ນໍ້າຂອງ ແຫ່ງຊາດ ແລະ ກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ, ຄຸ້ມຄອງ, ກຳນົດຕໍາແໜ່ງ ງານ, ສ້າງແຜນການ ບຳລຸງ, ກໍ່ສ້າງ, ຊັບຊ້ອນ ພະນັກງານ-ລັດຖະກອນ ລວມທັງການສົ່ງເສີມ ບົດບາດຍິງ-ຊາຍ, ການປະຕິບັດ ນະໂຍບາຍ ແລະ ວິໃນ ຕໍ່ພະນັກງານ-ລັດຖະກອນ ຂອງກອງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ຕາມລະບຽບທີ່ກຳນົດ;
- ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທີ່ ຂຶ້ນກັບສິດ ຄຸ້ມຄອງ ຂອງກອງ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການ ຕ່າງໆ ຂອງລັດ;
- ຄຸ້ມຄອງ, ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ-ກວດການ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດ ທະສາດ ແລະ ແຜນງານຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດ ສັນຍາ ແມ່ນໍ້າຂອງ ປີ 1995 ແລະ ການຮ່ວມ ມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ທີ່ວາງ ອອກໃນແຕ່ລະໄລຍະ;
- ພົວພັນ, ຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍ ການສະໜັບ ສະໜູນ ດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນ ວຽກງານການຈັດຕັ້ງປະ ຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງ ແມ່ນໍ້າຂອງ ຕາມການມອບໝາຍ ແລະ ເຫັນ ດີຂອງຂັ້ນເທິງ;
- ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງກອງ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງກອງ ຕໍ່ ລັດຖະມົນຕີ ແລະ ຄະນະກຳມະການ ແມ່ນໍ້າຂອງ ແຫ່ງຊາດ ເປັນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະມົນຕີ ແລະ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ.