Blue Flower

ກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ ມີຂອບຂອບສິດ ດັ່ງລຸ່ມນີ້:

  1. ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມຂອບເຂດສິດຂອງຕົນ;
  2. ເຊັນໜັງສືສະເໜີ, ບົດປະກອບຄຳເຫັນ, ບັດເຊີນ, ແຈ້ງການ, ສະໂໜດນໍາສົ່ງ, ບົດລາຍງານ, ບົດບັນທຶກ ແລະ ອື່ນໆ ທີ່ກ່ຽວຂ້ອງກັບພາລະບົດບາດຂອງກອງ;
  3. ສະ​ເໜີຂັ້ນ​ເທິງ ​ກ່ຽວກັບການຮ່າງ ແລະ ປັບ​ປຸງນິຕິກຳຕ່າງໆ, ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ບົດແນະ ນຳ ໃນການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ;
  4. ພົວພັນ​ວຽກ​ງານ​ໂດຍ​ກົງກັບ ກອງ​ເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ, ບັນດາ​ປະ​ເທດສະມາຊິກແມ່ ນໍ້າຂອງຕອນລຸ່ມ​​, ​ຄູ່ຮ່ວມເຈລະຈາ, ບັນດາປະເທດຜູ້ໃຫ້ທຶນ, ສູນຮ່ວມມືດ້ານຊັບພະຍາກອນນ້ຳ ສປ. ຈີນ, ບັນດາປະເທດສະມາຊິກຂອງກອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ​ແລະ ອົງການ​ຈັດ​ຕັ້ງ​ສາກົນອື່ນໆ ທີ່ກ່ຽວຂ້ອງ;
  5. ເຈລະຈາ, ​ເຊັນ​ສັນຍາ, ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ, ນິຕິ​ກຳ​ຕ່າງໆກັບ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາ ກົນ​ ທີ່​ພົວພັນ​ເຖິງວຽກ​ງານການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງ ເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມ​ການ​ມອບໝາຍ​ຂອງຂັ້ນເທິງ;
  6. ສະ​ເໜີ​ຂັ້ນເທິງ ຮຽກ​ໂຮມ​ປະຊຸມ ອັນ​ເນື່ອງ​ຈາກ​ມີ​ເຫດ​ທີ່​ກໍ່​ໃຫ້​ເກີດ​ຜົນ​ກະທົບຮ້າຍ​ແຮງ ​ແລະ ​ເປັນອັນຕະ ລາຍຕໍ່​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ໃນອ່າງແມ່ນໍ້າຂອງ ໂດຍການປະສານສົມທົບກັບຂະ ແໜງການທີ່ກ່ຽວຂ້ອງ;
  7. ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານພາຍໃຕ້ສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ;
  8. ຄຸ້ມຄອງ, ນໍາໃຊ້ສຳນັກງານ, ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານຕາມລະບຽບການ;
  9. ສະເໜີວ່າຈ້າງຊ່ຽວຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍ ແລະ ຮັບໃຊ້ ວຽກງານວິຊາສະເພາະ ດ້ວຍແຫຼ່ງທຶນຂອງໂຄງການ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ;
  10. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍ ບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  11. ແຕ່ງຕັ້ງ ແລະ ສະເໜີແຕ່ງຕັ້ງພະນັກງານ-ລັດຖະກອນ ພາຍໃນກອງ ເຂົ້າຮ່ວມປະຊຸມ, ສຳມະນາ, ຝຶກອົົບ ຮົມ, ທັດສະນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ;
  12. ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະ ມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.