-
Details
-
Written by ສຸກກະເສີມ ຈັນທະປັນຍາ
-
- ປະຕິບັດກົດໝາຍ ແລະ ມະຕິຕົກລົງ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ກ່ຽວກັບ ການຈັດຕັ້ງ ປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ທີ່ຂັ້ນເທິງ ວາງອອກ;
- ຫັນເອົາແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງຂອງລັດຖະ ບານ, ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບວຽກງານການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ກໍ່ຄື ຂອບການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຮັບຜິດຊອບໃນການ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ປາກົດຜົນ ເປັນຈິງ;
- ເປັນເຈົ້າການ ແລະ ອໍານວຍຄວາມສະດວກ ໃນການຈັດ ແລະ ເຂົ້າຮ່ວມກອງປະຊຸມສະໄໝສາມັນ, ວິສາມັນ ແລະ ກອງປະຊຸມວິຊາການ ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ, ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ກໍ່ຄື ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ແລະ ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ. ພ້ອມທັງສະຫຼຸບ, ລາຍງານ ແລະ ໂຄສະນາເຜີຍແຜ່ຜົນຂອງບັນດາກອງປະຊຸມດັ່ງກ່າວ ຢ່າງເປັນລະບົບ;
- ຄຸ້ມຄອງ ພະນັກງານ-ລັດຖະກອນ ແລະ ຊ່ຽວຊານພາຍໃນ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ກອງເລຂາ ຄະນະກຳ ມະການແມ່ນ້ຳຂອງແຫ່ງຊາດ, ພະນັກງານລາວ ທີ່ເຮັດວຽກຢູ່ ກອງເລຂາ ຄະນະກໍາມາທິການ ແມ່ນ້ຳຂອງສາກົນ ເພື່ອສະຫຼຸບສັງລວມ ແລະ ລາຍງານຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ;
- ຄົ້ນຄວ້າ ແລະ ປະສານງານ ໃນການດຳເນີນການສຶກສາ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາອ່າງແມ່ນ້ຳຂອງ, ການນຳໃຊ້ເຄື່ອງມືຕົວແບບຈຳລອງ, ສະໜອງ ແລະ ເຊື່ອມສານຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດ ສັນຍາ ແມ່ນໍ້າຂອງ ປີ 1995 ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;
- ປະສານງານ ແລະ ຊຸກຍູ້ສົ່ງເສີມຂະແໜງການທີ່ກ່ຽວຂ້ອງ ໃນການສ້າງ, ພັດທະນາຄູ່ມື ແລະ ດຳເນີນການຝຶກອົບຮົມ ກໍ່ຄື ການສ້າງຈິດສຳນຶກ ກ່ຽວກັບ ການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995;
- ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງ ປັບປຸງກົງຈັກການຈັດຕັ້ງ ຂອງ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ແລະ ກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ, ຄຸ້ມຄອງ, ກຳນົດຕໍາແໜ່ງງານ, ສ້າງແຜນການບຳລຸງ, ກໍ່ສ້າງ, ຊັບ ຊ້ອນພະນັກງານ-ລັດຖະກອນ ລວມທັງການສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍ ແລະ ວິໃນຕໍ່ພະນັກ ງານ-ລັດຖະກອນ ຂອງກອງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ຕາມລະບຽບທີ່ກຳນົດ;
- ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງ ຂອງກອງ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການ ຕ່າງໆ ຂອງລັດ;
- ຄຸ້ມຄອງ, ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ-ກວດການ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດ ທະສາດ ແລະ ແຜນງານຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ທີ່ວາງອອກໃນແຕ່ລະໄລຍະ;
- ພົວພັນ, ຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບ ສະໜູນດ້ານ ເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995 ແລະ ການຮ່ວມມື ສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ຕາມການມອບໝາຍ ແລະ ເຫັນ ດີຂອງຂັ້ນເທິງ;
- ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງກອງ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບ ລາຍງານ ການເຄື່ອນໄຫວວຽກງານຂອງກອງ ຕໍ່ ລັດຖະມົນຕີ ແລະ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ເປັນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງ ລັດຖະມົນຕີ ແລະ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ.
061362
ມື້ນີ້
ມື້ວານນີ້
ອາທິດນີ້
ອາທິດຜ່ານມາ
ເດືອນນີ້
ເດືອນຜ່ານມາ
ທັງຫມົດ
34
35
499
58501
3488
2149
61362
Your IP: 3.239.6.58
2023-03-24 07:08