Blue Flower

ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝສາມັນຂອງຕົນຂຶ້ນ ໃນຕອນບ່າຍ ຂອງວັນທີ 27 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມກະຊວງພະລັງງານ ແລະ ບໍ່ແຮ່. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມມາດ ພົລເສນາ ປະທານຄະ ນະກໍາ ມະການແມ່ນໍ້າຂອງແຫ່ງຊາດ ແລະ ເປັນກຽດເປັນປະທານຮ່ວມ ຂອງ ທ່ານ ປ.ອ ຄໍາມະນີ ອິນທິລາດ ລັດຖະມົນຕິ ກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາຮອງປະທານ ແລະ ກຳມະການ ຂອງຄະນະກຳມະການ ແມ່ນ້ຳຂອງ ແຫ່ງຊາດ ເຂົ້າຮ່ວມ ທັງໝົດ 50 ກວ່າທ່ານ ທີ່ມາຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ-ປ່າໄມ້, ກະຊວງ ການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ຫ້ອງວ່າການສໍາ ນັກງານນາຍົກ ລັດຖະມົນຕີ, ກອງເລຂາຄະນະກໍາມະ ການແມ່ນໍ້າຂອງແຫ່ງຊາດ ແລະ ບັນດາກົມກອງອ້ອມຂ້າງ ກະຊວງຊັບພະຍາ ກອນທໍາ ມະຊາດ ແລະ ສິ່ງແວດ ລ້ອມ.

ກອງປະຊຸມຄັ້ງນີ້ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບ ຮ່າງຍຸດທະສາດພັດທະນາອ່າງແມ່ນໍ້າຂອງ (Basin Development Strategy for the Mekong River Basin-BDS) 2021-2030 ລວມທັງຮ່າງ ແຜນຍຸດ ທະສາດ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC Strategic Plan-SP) 2021-2025, ຍຸດທະສາດການພັດ ທະນາພະລັງງານ ໄຟຟ້າແບບຍືນຍົງ (Updated Sustainable Hydropower Development Strategy for the Lower Mekong Basin-SHDS ສະບັບປັບປຸງ ປີ 2019); ບົດແນະນໍາການອອກແບບເບື້ອງຕົ້ນ ສຳລັບການສ້າງ ເຂື່ອນຢູ່ຕາມລໍາແມ່ນໍ້າຂອງ (Updated Preliminary Design Guidance for the Mainstream Dam of the Lower Mekong Basin-PDG 2018); ແລະ ບົດແນະນໍາການປະເມີນຜົນກະທົບດ້ານສິ່ງແວດລ້ອມ ຂ້າມຜ່ານຊາຍແດນ (Guideline for Transboundary Environmental Impact Assessment in the Lower Mekong Basin-TbEIA). ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການບໍລິຫານນໍ້າຮ່ວມກັບບັນດາເຂື່ອນ ແລະ ພາກສ່ວນນໍາໃຊ້ນໍ້າອື່ນໆ, ສືບຕໍ່ວາງແຜນຄຸ້ມຄອງອ່າງຮັບນໍ້າ, ການເຜີຍແຜ່ຂໍ້ມູນ-ຂ່າວສານ ໃຫ້ຊຸມຊົນ ແລະ ສັງຄົມ ໃຫ້ ທົ່ວເຖິງ ແລະ ທັນການ, ກອງປະຊຸມໄດ້ສະໜັບສະໜູນ ໃຫ້ມີການສືບຕໍ່ປະກອບສ່ວນຈາກທຸກພາກສ່ວນ ເຂົ້າໃນການ ຄຸ້ມຄອງຊັບພະຍາກອນນໍ້າໃຫ້ມີຄວາມຍືນຍົງ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.