Blue Flower

ໜ້າທີ່ ຂອງ ພະ​ແນ​ກ ວາງແຜນອ່າງແມ່ນ້ຳຂອງ

  1. ປະຕິບັດນະ​ໂຍບາຍ, ຍຸດ​ທະ​ສາດ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງລັດຖະບານ, ກະຊວງ ແລະ ກອງວາງອອກ ໃຫ້ໄດ້ຮັບຜົນດີ;
  2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກອງ ມາເປັນໜ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ;
  3. ປະສານງານ ແລະ ຊຸກຍູ້ສົ່ງເສີມ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ໃນການສ້າງ, ຜັນຂະຫຍາຍການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ ເພື່ອ​ພັດທະນາ​ອ່າງແມ່​ນໍ້າຂອງ;
  4. ຄົ້ນ​ຄ້ວາ, ວິ​ເຄາະ ​ແລະ ປະກອບ​ຄຳ​ເຫັນຕໍ່​ກັບ​ແຜນຍຸດ​ທະ​ສາດ, ​ແຜນ​ດຳ​ເນີນ​ງານ, ໂຄງການ ​ແລະ ຄູ່​ມື ທີ່​ກ່ຽວຂ້ອງ​ກັບການ​ພັດທະນາ​ອ່າງ​ແມ່​ນ້ຳຂອງ;
  5. ຄົ້ນ​ຄ້ວາ ​ແລະ ນໍາ​ສະ​ເໜີ​ປະທານຄະນະ​ກຳມະການແມ່​ນ້ຳຂອງ​ແຫ່ງ​ຊາດ​ ພິຈາລະນາ​ອະນຸມັດ​ແຕ່ງ​ຕັ້ງພະນັກ ງານ ​ໄປປະຕິບັດໜ້າທີ່​ຢູ່ກອງ​ເລຂາຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ແລະ ຮຽກກັບຄືນ;
  6. ຂຶ້ນ​ບັນຊີ, ຕິດຕາມ, ປົກ​ປ້ອງ ​ແລະ ຄຸ້ມ​ຄອງ​ພະນັກງານ, ຊ່ຽວຊານ ທີ່ປະຕິບັດ​ໜ້າ​ທີ່​ຢູ່ກອງເລຂາຄະນະກຳ ມະການ​ແມ່​ນ້ຳຂອງແຫ່ງຊາດ​ ​ແລະ ກອງ​ເລຂາຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ພ້ອມທັງສະຫຼຸບ, ລາຍ​ງານ​​ໃຫ້​ຂັ້ນ​ເທິງ​ຊາບ ຢ່າງ​ເປັນ​ປົກກະຕິ;
  7. ປະສານງານ ແລະ ຊຸກຍູ້ສົ່ງເສີມຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ນຳ​ສະ​ເໜີ​ພະນັກງານ ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ສຳ​ມະ​ນາ, ຝຶກ​ອົບຮົມ ​ແລະ ທັດສະນະ​ສຶກສາຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ;
  8. ປະສານງານ ແລະ ຊຸກຍູ້ສົ່ງເສີມ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ໃນການປະຕິບັດພັນທະຂອງລັດຖະບານ ຕໍ່ຄະ ນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ພາຍໃຕ້ສັນຍາແມ່ນ້ຳຂອງ ປີ 1995;
  9. ຄຸ້ມຄອງບັນດາເຄື່ອງຄອມພິວເຕີ, ລະບົບອິນເຕິເນັດ,​ ອິນທຣາເນັດ ແລະ ການ​ພັດທະນາເວັບໄຊຂອງກອງ ລວມທັງວຽກ​ງານ​ຂ່າວສານ​ຕ່າງໆ;
  10. ຮັບຜິດຊອບ​ວຽກຂາ​ເຂົ້າ-ຂາ​ອອກ ​ເປັນ​ຕົ້ນ​ແມ່ນຄຸ້ມ​ຄອງ, ສຳ​ເນົາ​ເອກະສານ ​ແລະ ຮັກສາ​ຄວາມ​ລັບ, ອໍານວຍ​ຄວາມ​ສະດວກ ໃຫ້​ບັນດາພະ​ແນ​ກອ້ອມຂ້າງກອງ ກ່ຽວ​ກັບການແຈກຢາຍ​ເອກະສານຂາ​ເຂົ້າ-ຂາອອກ ລວມທັງຄຸ້ມ​ຄອງຕາ​ປະ​ທັບຂອງຄະນະ​ກຳມະການແມ່​ນ້ຳຂອງ​ແຫ່ງ​ຊາດ​ ​ແລະ ກອງເລຂາຄະນະກຳມະການ​ແມ່​ນ້ຳຂອງແຫ່ງຊາດ​;
  11. ຄຸ້ມ​ຄອງ​ວຽກ​ບໍລິຫານ, ຕິດຕໍ່ພົວພັນພາຍ​ໃນ-​ພາຍ​ນອກ, ວຽກ​ງານ​ພິທີການ, ອະນາ​ໄມ, ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ;
  12. ຄົ້ນ​ຄ້ວາ ​ແລະ ສ້າງລະບຽບພາຍ​ໃນຂອງກອງ ​ແລ້ວລາຍ​ງານ​ຂັ້ນ​ເທິ​ງພິຈາລະນາ;
  13. ປະສານງານ ແລະ ຊຸກຍູ້ສົ່ງເສີມ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອຄົ້ນຄ້ວາ, ຕິດຕາມ, ກວດກາ, ປະເມີນຜົນ, ສະຫຼຸບສັງລວມ ​ແລະ ລາຍ​ງານກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດພັດທະນາອ່າງ, ແຜນຍຸດທະສາດ, ແຜນວຽກປະຈໍາປີ ແລະ ວຽກງານວາງແຜນອ່າງແມ່ນ້ຳຂອງ ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
  14. ປະສານງານ ແລະ ຊຸກຍູ້ສົ່ງເສີມ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອຄົ້ນຄ້ວາ, ຕິດຕາມ, ກວດກາ, ປະເມີນຜົນ, ສະຫຼຸບສັງລວມ ​ແລະ ລາຍ​ງານກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນແມ່ບົດທີ່ຢູ່ພາຍໃຕ້ຍຸດ ທະສາດພັດທະນາໃນອ່າງແມ່ນ້ຳຂອງ;
  15. ສ້າງ, ຕິດຕາມ​ ​ແລະ ສະຫຼຸບ​ຕີ​ລາຄາ ການຈັດ​ຕັ້ງ​ປະຕິບັດ​ແຜນການ, ​ແຜນ​ງົບປະມານປະຈຳ​ເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ ແລະ 5 ປີ ​ເພື່ອ​ຮັບ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານຂອງ​ກອງ ຢ່າງ​ເປັນ​ເຈົ້າການ ​ແລະ ຕາມ​ວັນ​ເວລາ​ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ​ໄດ້​ກຳນົດ​ໄວ້;
  16. ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງ ປັບປຸງກົງຈັກການຈັດຕັ້ງຂອງກອງຕົນ; ຄຸ້ມຄອງ, ກຳນົດຕໍາແໜ່ງງານ, ສ້າງແຜນການບຳລຸງ, ກໍ່ສ້າງ, ສັບຊ້ອນພະນັກງານ-ລັດຖະກອນ ລວມທັງການສົ່ງເສີມບົດບາດຍິງ-ຊາຍ, ການປະ ຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນຂອງກອງ ຕາມລະບຽບທີ່ກຳນົດ;
  17. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
  18. ພົວພັນຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບສະ ໜູນທາງດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງກອງ ຕາມການມອບໝາຍ ແລະ ເຫັນດີຂອງຂັ້ນເທິງ;
  19. ຄົ້ນຄວ້າ, ປະກອບຄຳເຫັນຕໍ່​ເອກະສານຕ່າງໆ ຂອງການຮ່ວມມືຄະນະກໍາມາທິການແມ່ນໍ້າຂອງສາກົນ, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ດ້ານຊັບພະຍາກອນນ້ຳ ລວມທັງເອກະສານຂອງບັນດາກົມ, ຫ້ອງການ ແລະ ສະຖາບັນ ພາຍໃນ ກຊສ ແລະ ຂະແໜງການທີ່ກ່ຽວຂ້ອງ, ພ້ອມທັງສະຫຼຸບລາຍງານເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນວຽກປະຈໍາປີ ຂອງກອງ ແລະ ກຊສ;
  20. ຄຸ້ມຄອງຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍ ງານການເຄື່ອນໄຫວວຽກງານຂອງພະແນກຕົນ ຕໍ່ຫົວໜ້າກອງ ເປັນແຕ່ລະໄລຍະ;
  21. ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຫົວໜ້າກອງ.