Blue Flower

ໜ້າທີ່ ຂອງ ພະແນກຄຸ້ມຄອງ ແລະ ການຮ່ວມມື      

  1. ປະຕິບັດນະ​ໂຍບາຍ, ຍຸດ​ທະ​ສາດ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງລັດຖະບານ, ກະຊວງ ແລະ ກອງວາງອອກ ໃຫ້ໄດ້ຮັບຜົນດີ;
  2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກອງ ມາເປັນໜ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
  3. ປະສານງານ ແລະ ຊຸກຍູ້ສົ່ງເສີມ​ຂະແໜງການ​ທີ່​ກ່ຽວຂ້ອງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ເພື່ອອໍານວຍ​ຄວາມ​ສະດວກໃນການກະກຽມຈັດກອງປະຊຸມສະໄໝສາມັນ ແລະ ວິສາມັນ ຂອງຄະນະ​ກຳມະການແມ່​ນ້ຳຂອງ​ແຫ່ງ​ຊາດ​, ຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ ນໍ້າຂອງ ເປັນຕົ້ນ: ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ດ້ານຊັບພະຍາກອນນ້ຳ, ການຮ່ວມມືແມ່ນ້ຳຂອງ-ສ.ອາເມລິກາ, ການຮ່ວມມືແມ່ນ້ຳຂອງ-ສ.ເກົາຫຼີ;
  4. ເປັນໃຈກາງໃນການຄົ້ນຄວ້າ ແລະ ວິເຄາະເນື້ອ​ໃນເອກະສານ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດຍອດແມ່ນໍ້າຂອງ, ກອງປະຊຸມສະພາມົນຕີ, ກອງປະຊຸມຄະນະກໍາມະການຮ່ວມ, ກອງປະຊຸມຄູ່ຮ່ວມເຈລະຈາ ແລະ ບັນດາປະເທດຜູ້ໃຫ້ທຶນ ລວມທັງກອງ​ປະຊຸມຄະນະສະເພາະກິດ, ​ກອງ​ປະຊຸມຄະນະ​ກຳມະການ​ງົບປະມານ, ກອງປະຊຸມວິຊາ​ການຕ່າງໆ ແລະ ການສຶກສາຮ່ວມດ້ານຊັບພະຍາກອນນໍ້າ ຂອງຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາ ກົນ ແລະ ການຮ່ວມມືສາກົນ ໃນຂົງເຂດການຄຸ້ມຄອງອ່າງແມ່ນໍ້າຂອງ ເປັນຕົ້ນ: ການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ດ້ານຊັບພະຍາກອນນ້ຳ, ການຮ່ວມມືແມ່ນ້ຳຂອງ-ສ.ອາເມລິກາ, ການຮ່ວມມືແມ່ນ້ຳຂອງ-ສ.ເກົາ ຫຼີ;
  5. ປະສານງານກັບສູນຮ່ວມມືດ້ານຊັບພະຍາກອນນໍ້າ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປ. ຈີນ, ບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ອົງການຈັດຕັ້ງສາກົນອື່ນໆ ເພື່ອຍາດແຍ່ງການຊ່ວຍເຫຼືອ ເຂົ້າໃນການຈັດຕັ້ງປະຕິບັດບັນດາຖະແຫຼງການ, ແຜນດຳເນີນງານ ແລະ ໂຄງການໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ;
  6. ປະສານງານ ​ແລະ ຊຸກຍູ້​ສົ່ງ​ເສີມຂະ​ແໜງ​ການພາຍໃນ ເພື່ອກະກຽມບົດສະເໜີໂຄງການຊ່ວຍເຫຼືອ, ການຈັດ​ຕັ້ງ​ປະຕິບັດໂຄງການທີ່ໄດ້ຮັບການຊ່ວຍເຫຼືອ, ຕິດຕາມ-ກວດກາການຈັດຕັ້ງປະຕິບັດແຜນດຳເນີນງານ, ບັນ ດາໂຄງການພາຍໃຕ້ໜ່ວຍງານການຮ່ວມມືດ້ານຊັບພະຍາກອນນ້ຳ ຕາມທີ່ໄດ້ກຳນົດໄວ້ໃນແຕ່ລະໄລຍະຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ດ້ານຊັບພະຍາກອນນໍ້າ ພ້ອມທັງສະຫຼຸບລາຍງານໃຫ້ຄະນະ ກອງ ແລະ ຄະນະນຳກະຊວງ ໄດ້ຮັບຊາບຢ່າງເປັນປົກກະຕິ;
  7. ຄົ້ນຄວ້າ ແລະ ປະສານງານກັບຂະແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການສ້າງ, ປັບປຸງ, ການພັດທະນາຄູ່ມື, ການນຳໃຊ້ເຄື່ອງມືວິຊາການ ແລະ ດຳເນີນການຝຶກອົບຮົມ ກໍ່ຄືການສ້າງຈິດສຳນຶກກ່ຽວ ກັບການຄຸ້ມຄອງ, ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ, ການສຶກສາຮ່ວມກ່ຽວກັບກັບຄຸ້ມຄອງອ່າງແມ່ນ້ຳຂອງ ຂອງກອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ລະຫວ່າງ ສູນຮ່ວມມືດ້ານຊັບພະຍາກອນນ້ຳ ແລະ ກອງ ເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ, ລວມທັງການແລກປ່ຽນຂໍ້ມູນຂ່າວສານດ້ານອຸທົກກະສາດ ລະ ຫວ່າງ ຕອນເທິງ ແລະ ຕອນລຸ່ມອ່າງແມ່ນ້ຳຂອງ;
  8. ຄົ້ນຄວ້າ, ປະກອບຄຳເຫັນຕໍ່​ເອກະສານຕ່າງໆ ແລະ ແຜນດຳເນີນງານ 5 ປີ ຂອງການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ດ້ານຊັບພະຍາກອນນ້ຳ, ການຮ່ວມມືຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ, ລວມທັງເອກະ ສານຂອງບັນດາກົມ, ກອງ, ສະຖາບັນ ພາຍໃນ ກຊສ ແລະ ຂະແໜງການທີ່ກ່ຽວຂ້ອງ, ພ້ອມທັງສະຫຼຸບລາຍ ງານເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນວຽກປະຈໍາປີ ຂອງກອງ ແລະ ກຊສ;
  9. ປະສານງານກັບ ກອງເລຂາຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ແລະ ກອງເລຂາຄະນະ​ກຳມະການແມ່​ນ້ຳ ຂອງ​ແຫ່ງ​ຊາດ​ ຂອງບັນດາປະເທດສະມາຊິກອ່າງແມ່ນໍ້າຂອງຕອນລຸ່ມ, ຄູ່ຮ່ວມເຈລະຈາ, ບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນອື່ນໆ ເພື່ອຍາດແຍ່ງການຊ່ວຍເຫຼືອ ໃນການຈັດຕັ້ງປະຕິບັດສັນຍາແມ່ນໍ້າຂອງ ປີ 1995;
  10. ປະສານງານ ​ແລະ ຊຸກຍູ້​ສົ່ງ​ເສີມຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ໃນການກະກຽມການຈັດ​ຕັ້ງ​ປະຕິບັດວຽກງານກະຈາຍໜ້າວຽກຫຼັກ ຂອງຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ໃຫ້ແກ່ປະເທດສະມາຊິກອ່າງແມ່ນໍ້າຂອງ ຕອນລຸ່ມ ໃນແຕ່ລະໄລຍະ;
  11. ປະສານງານ ​ແລະ ຊຸກຍູ້​ສົ່ງ​ເສີມຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຈັດຕັ້ງປະຕິ ບັດບັນດາລະບຽບການ ຂອງຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ລວມທັງຄົ້ນຄວ້າ ​ແລະ ປະກອບຄຳ​ເຫັນ​ໃສ່ບັນດານິຕິກຳ ແລະ ລະບຽບການ ພ້ອມທັງເປັນເຈົ້າການສັງລວມ;
  12. ປະສານງານ ແລະ ຊຸກຍູ້ສົ່ງເສີມ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອຈັດຕັ້ງປະຕິບັດວຽກ​ງານການສ້າງຈິດສໍານຶກ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງແບບເຊື່ອມສານ;
  13. ຄົ້ນຄວ້າ, ຕິດຕາມ, ແລະ ປະກອບຄຳເຫັນຕໍ່ກັບວຽກງານກົງຈັກການຈັດຕັ້ງ ຂອງກອງ​ເລຂາຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ;
  14. ຄົ້ນຄວ້າ, ປະກອບຄຳເຫັນຕໍ່​ແຜນຈັດສັນ​ງົບປະມານ ຂອງກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນວຽກປະຈໍາປີ;
  15. ປະສານ​ງານ ແລະ ຊຸກຍູ້ສົ່ງເສີມ​ຂະແໜງການ​ທີ່​ກ່ຽວຂ້ອງ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ໃນການຄົ້ນຄວ້າ ແລະ ປັບປຸງລະບຽບການ ວ່າດ້ວຍການປະຕິບັດໜ້າທີ່ຂອງສະພາ​ມົນຕີ, ຄະນະ​ກຳມະການ​ຮ່ວມ ແລະ ກອງເລຂາຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ພ້ອມ​ທັງລາຍງານໃຫ້ຂັ້ນເທິງ ຢ່າງເປັນປົກກະຕິ;
  16. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ;
  17. ຄຸ້ມຄອງຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍ ງານການເຄື່ອນໄຫວວຽກງານຂອງພະແນກຕົນ ຕໍ່ຫົວໜ້າກອງ ເປັນແຕ່ລະໄລຍະ;
  18. ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຫົວໜ້າກອງ.