Blue Flower

ໃນວັນທີ 31 ມີນາ 2022, ທີ່ເມືອງລອງ, ແຂວງຫຼວງນໍ້າທາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນາມຄະນະກຳມະການແມ່ນໍ້າຂອງແຫ່ງຊາດ (ຄມຊ) ຮ່ວມກັບ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ໄດ້ເປີດສະຖານີ ຕິດຕາມລະດັບນໍ້າທີ່ຕັ້ງຢູ່ເທິງສຸດ ຂອງອ່າງແມ່ນໍ້າຂອງຕອນລຸ່ມ. ສະຖານີດັ່ງກ່າວແມ່ນ ສ່ວນໜື່ງຂອງແຜນດຳເນີນງານຂອງ ຄມສ ເພື່ອຫຼຸດຜ່ອນຄວາມສ່ຽງຂອງປະຊາຊົນ ຈຳນວນຫຼາຍລ້ານຄົນທີ່ອາໄສ ແລະ ດຳລົງລົງຊີວິດຢູ່ຕອນລຸ່ມຂອງອ່າງແມ່ນໍ້າຂອງ ຕໍ່ກັບສະພາບການປ່ຽນແປງປະລິມານນໍ້າຢ່າງກະທັນຫັນ ແລະ ເຫດການໄພພິບັດທາງທຳມະຊາດ ທີ່ຄາດບໍ່ເຖິງເປັນປະຈຳ.

ສະຖານີ ຕິດຕາມອຸທົກກະສາດແຫ່ງໃໝ່ນີ້ ແມ່ນຕັ້ງຢູ່ບ້ານຊຽງກົກ, ເມືອງລອງ, ແຂວງຫຼວງນໍ້າທາ ທີ່ມີຊາຍແດນຕິດຈອດກັບ ສະຫະພາບມ້ຽນມາ ໜຶ່ງໃນປະເທດຄູຮ່ວມເຈລະຈາໃນອ່າງແມ່ນໍ້າຂອງຕອນເທິງ ທີ່ ຄມຊ ແລະ ຄມສ ໄດ້ພະຍາຍາມສົ່ງເສີມການຮ່ວມມື ຕະຫຼອດມາ. ຕໍ່ກັບກິດຈະກຳດັ່ງກ່າວ, ສະຫະພາບມ້ຽນມາ ຈະໄດ້ເກັບກໍາຂໍ້ມູນປະລິມານນໍ້າຮ່ວມກັບເພື່ອນຮ່ວມງານຝ່າຍລາວ ຊ່ວຍກັນເຮັດໃຫ້ປະຊາຊົນຫຼາຍລ້ານຄົນທີ່ອາໄສຢູ່ເຂດອ່າງແມ່ນໍ້າຂອງ ໄດ້ຮັບຂໍ້ມູນ-ຂ່າວສານໄດ້ຢ່າງທັນການຜ່ານເວັບໄຊຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ.

ໃນພິທີເປີດການນໍາໃຊ້ສະຖານີຊຽງກົກ ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ສະມາຊິກສະພາມົນຕີິສຳຮອງ ຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ ໄດ້ອະທິບາຍຄວາມພະຍາຍາມຂອງລັດຖະບານ ສປປ ລາວ ຕໍ່ກັບວຽກງານຕິດຕາມສະພາບນນໍ້າ ກໍ່ຄື ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອສະໜັບສະໜູນການຄຸ້ມຄອງຊັບພະຍາກອນນໍ້າແບບຍືນຍົງ ແລະ ສະແດງຄວາມຂອບໃຈຕໍ່ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາຕ່າງໆ. ທ່ານ ຈັນທະເນດ ບົວລະພາ, ຍັງໄດ້ກ່າວວ່າ “ການຕິດຕັ້ງສະຖານີອຸຕຸນິຍົມ-ອຸທົກກະສາດ ໃນປະເທດຂອງພວກເຮົາ, ພວກເຮົາຫວັງຢ່າງຍິ່ງວ່າ ຈະເປັນການສົ່ງຂໍ້ມູນເຖິງ ພາກສ່ວນອື່ນໆໄດ້ຮັບຮູ້ວ່າ ພວກເຮົາໄດ້ຕັ້ງໜ້າປະກອບສ່ວນສຳຄັນໃນການຄຸ້ມຄອງອ່າງແມ່ນໍ້າຂອງ ກໍ່ຄື ການແຈ້ງເຕືອນ ແລະ ພະຍາກອນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໃຫ້ມີປະສິດທີພາບຂຶ້ນກວ່າເກົ່າໃນອານາຄົດ. ສະນັ້ນ, ພວກເຮົາຈົ່ງພ້ອມກັນຮ່ວມມື ເພື່ອຜົນປະ ໂຫຍດຂອງພາກພື້ນ ແລະ ປະຊາຊົນຂອງພວກເຮົາ”.

ໃນຫຼາຍປີຜ່ານມາ, ປະຊາຊົນທີ່ອາໄສໃນອ່າງແມ່ນໍ້າຂອງຕອນລຸ່ມ ໄດ້ປະເຊີນກັບຄວາມສ່ຽງເນື່ອງຈາກການປ່ຽນ ແປງຂອງປະລິມານນໍ້າ ທີ່ເກີດຈາກການກະທຳຂອງມະນຸດ ແລະ ທໍາມະຊາດ. ໝູ່ບ້ານຫຼາຍແຫ່ງໄດ້ຖືກຜົນກະທົບຈາກໄພນໍ້າຖ້ວມໃນແຕ່ລະປີ ເຊີ່ງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງເຂົາເຈົ້າ. ໃນຊ່ວງປີ 2008 ຫາ 2012, ໂຄງການຕິດຕາມສະພາບອຸທົກກະສາດໃນອ່າງແມ່ນໍ້າຂອງ ໄລຍະທີ 1 (HYCOS) ໄດ້ສະໜັບສະໜູນການກໍ່ສ້າງຈໍານວນ 49 ສະຖານີຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ເຊີ່ງສາມາດວັດແທກປະລິມານໍ້າຝົນ ແລະ ລະດັບນໍ້າຢ່າງຕໍ່ເນື່ອງ. ໃນນັ້ນ, 12 ສະຖານີໄດ້ຖືຶກສ້າງຂຶ້ນຢູ່ປະເທດ ກຳປູເຈຍ, ສປປ ລາວ ແລະ ຫວຽດນາມ ແລະ 11 ສະຖານີໄດ້ຖືກສ້າງຂຶ້ນທີ່ ປະເທດໄທ ແລະ 02 ສະຖານີຢູ່ ປະເທດຈີນ ເຊີ່ງກວມເອົາທຸກເຂດຂອງແມ່ນໍ້າທີ່ໄຫຼຜ່ານ. ໂຄງການດັ່ງກ່າວນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ອົງການພັດທະນາແຫ່ງປະເທດຝຣັ່ງ (AFD).

ໃນຈໍານວນ 49 ສະຖານີນັ້ນ, ມີ 45 ສະຖານີທີ່ຍັງສາມາດດຳເນີນການໄດ້ປົກກະຕິ ແຕ່ເພື່ອຄວາມຊັດເຈນຂອງຂໍ້ມູນຍິ່ງຂຶ້ນຍັງຕ້ອງໄດ້ມີການຂະຫຍາຍສະຖານີເພີ່ມເຕີ່ມ. ສະນັ້ນ, ຜ່ານການສ້າງ ແລະ ຍົກລະດັບສະຖານີ ພາຍໃຕ້ ໂຄງການ HYCOS, ອ່າງແມ່ນໍ້າຂອງຈະມີສະຖານີເພີ່ມຂຶ້ນເປັນ 56 ສະຖານີ. ນອກຈາກໂຄງການນີ້ແລ້ວ, ຍັງມີອີກ 13 ສະຖານີທີ່ຕັ້ງຢູ່ໃນແມ່ນໍ້າສາຂາ ພາຍໃຕ້ ໂຄງການຄຸ້ມຄອງໄພແຫ້ງແລ້ງ ໂດຍການຊ່ວຍເຫຼືອຂອງລັດຖະບານແຫ່ງປະເທດຍີ່ປຸ່ນ ແລະ ອີກ 02 ສະຖານີພາຍໃຕ້ໂຄງການທົດລອງກ່ຽວກັບການຕິດຕາມສິ່ງແວດລ້ອມຮ່ວມຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ.ສຳລັບ ສປປ ລາວ, ໄດ້ປັບປຸງຍົກລະດັບສະຖານີເກົ່າ ສອງແຫ່ງ ແລະ ສ້າງສະຖານນີໃໝ່ ສອງແຫ່ງ (ລວມທັງ ສະຖານີຊຽງກົກ). ເຊິ່ງໃນປະຈຸບັນ ແຕ່ລະສະຖານີແມ່ນໄດ້ມີການຕິດຕັ້ງດ້ວຍອຸປະກອນລະບົບອັດຕະໂນມັດ ເຊີ່ງສາມາດສົ່ງຂໍ້ມູນລະດັບນໍ້າ ແລະ ປະລິມານນໍ້າຝົນທີ່ເກີດຂຶ້ນໃນເວລານັ້ນ ທຸກໆ 15 ນາທີ ໂດຍທໍາອິດ ຈະສົ່ງຂໍ້ມູນໄປຍັງ ຖານຂໍ້ມູນຢູ່ ກອງເລຂາ ຄມສ ແລະ ຫຼັງຈາກນັ້ນຈະຖືກ ເຜີຍແຜ່ໄປຫາ ບັນດາປະເທດສະມາຊິກ ອື່ນໆ. ເປົ້າໝາຍຂອງການຕັ້ງສະຖານີດັ່ງກ່າວ ແມ່ນບໍ່ສະເພາະແຕ່ແຈ້ງເຕືອນປະຊາຊົນ ໃຫ້ຮູ້ກ່ຽວກັບການປ່ຽນແປງປະລິມານນໍ້າຢ່າງກະທັນຫັນ ແຕ່ເປັນເຄື່ອງມືສຳຄັນທີ່ສະໜອງຂໍ້ມູນໃຫ້ແກ່ລັດຖະບານຂອງບັນດາປະເທດສະມາຊິກ ໃນການກຳນົດນະໂຍບາຍທີ່ມີຜົນປະໂຫຍດຕໍ່ກັບຊຸມຊົນທີ່ອາໄສຢູ່ຕາມລຳແມ່ນໍ້າຂອງ.

ນອກຈາກນັ້ນ, ທ່ານ ປອ ອະນຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄມສ ໄດ້ອະທິບາຍ ຄວາມສຳຄັນຂອງສະຖານີໃໝ່ແຫ່ງນີ້ ເພາະຈະຊ່ວຍໃນການຕິດຕາມ ແລະ ບັນທຶກປະລິມານນໍ້າທີ່ໄຫຼມາແຕ່ແມ່ນໍ້າຂອງຕອນເທິງ ຈາກ ສປ ຈີນ ຫຼື ເອີ່ນກັນວ່າ ແມ່ນໍ້າລ້ານຊ້າງ ເຊີ່ງຫ່າງຈາກສະຖານີດັ່ງກ່າວນີ້ ປະມານ 130 ກິໂລແມັດ.