ໃນຕອນເຊົ້າຂອງ ວັນທີ 12 ມິຖຸນາ 2020 ທີ່ຜ່ານມາ ກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ ໄດ້ຈັດກອງປະຊຸມ ປຶກສາຫາລືກັບບັນດາຂະແໜງການທີ່ກ່ຽວຂ້ອງ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອປະກອບຄໍາເຫັນໃສ່ເນື້ອໃນ 3 ເອກະສານ ຂອງ ຄະນະກໍາມາທິການ ແມ່ນໍ້າຂອງ ສາກົນ ໂດຍພາຍໃຕ້ການ ເປັນປະທານ ຂອງ ທ່ານ ພອນປະເສີດ ພູລິພັນ, ຮອງຫົວໜ້າກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ເຊິ່ງມີຜູ້ ເຂົ້າຮ່ວມທັງໝົດ ຈໍານວນ 20 ທ່ານ ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງ ປະເທດ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກໍາ ແລະ ປ່າໄມ້, ກົມກອງອ້ອມຂ້າງ ກຊສ ແລະ ຫົວໜ້າພະແນກ ແລະ ວິຊາການ ທີ່ ຮັບຜິດຊອບວຽກງານ ດັ່ງກ່າວ ຈາກ ກຄມຊ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍແມ່ນເພື່ອໃຫ້ບັນດາຂະແໜງ ການທີ່ກ່ຽວຂ້ອງ ປະກອບຄໍາຄິດຄໍາເຫັນຄັ້ງສຸດທ້າຍ ຕໍ່ 3 ເອກະສານ ດັ່ງກ່າວ ຄື: ຮ່າງບົດແນະນໍາ ກ່ຽວກັບ ການອອກແບບ ເຂື່ອນໄຟຟ້າພະລັງນໍ້າເບື້ອງຕົ້ນ ສະບັບປັບປຸງ ປີ 2018 (Pre-liminary Design Guidance-PDG2018); ຮ່າງບົດ ແນະນໍາ ກ່ຽວກັບ ການປະເມີນຜົນກະທົບສິ່ງແວດລ້ອມ ຂ້າມຜ່ານຊາຍແດນ (Guidelines for Transboundary Environmental Impact Assessment-TbEIA); ຮ່າງຍຸດທະສາດ ການພັດທະນາເຂື່ອນ ໄຟຟ້າພະລັງນໍ້າແບບຍືນຍົງ (Sustainable Hydropower Development Strategy-SHDS).

ຜ່ານການປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ, ກອງປະຊຸມດັ່ງກ່າວແມ່ນສາມາດສັງລວມ ບັນດາຄໍາເຫັນຕໍ່ກັບ 3 ເອກະສານ ດັ່ງລຸ່ມນີ້:

ສໍາລັບເອກະສານທີ 1: ຮ່າງບົດແນະນໍາ ການອອກແບບເຂື່ອນໄຟຟ້າພະລັງນໍ້າເບື້ອງຕົ້ນ ສະບັບປັບປຸງ ຫຼື ເອີ້ນວ່າ PDG2018 ຄວນຖືເອົາສັນຍາແມ່ນໍ້າຂອງ ປີ 1995 ເປັນບ່ອນອີງຫຼັກໃນການປັບປຸງ, ບັນດາເອກະສານ, ບົດຄົ້ນຄວ້າທີ່ຍັງ ບໍ່ທັນໄດ້ຮັບຮອງຈາກ 4 ປະເທດສະມາຊິກ ຄມສ ແມ່ນບໍ່ສາມາດນໍາມາເປັນບ່ອນອີງໄດ້; ການທົບທວນຄືນ ແລະ ວິທີການປັບປຸງເອກະສານດັ່ງກ່າວ ສ່ວນຫຼາຍແມ່ນອີງໃສ່ບົດຮຽນຈາກສາກົນເປັນຫຼັກ, ບັນດາບົດຮຽນຈາກສາກົນ ຍັງມີຫຼາຍອັນທີ່ບໍ່ ສອດຄ່ອງກັບສະພາບ ແລະ ຈຸດພິເສດ ຂອງປະເທດສະມາຊິກ ຄມສ ລວມທັງຍັງບໍ່ທັນໄດ້ສຶກສາຄົ້ນຄວ້າບັນດາເອກະສານ ແລະ ນິຕິກໍາ ຂອງບັນດາປະເທດສະມາຊິກ ຄມສ ທີ່ໄດ້ນໍາໃຊ້ເຂົ້າໃນການວາງແຜນພັດທະນາ ເຂື່ອນໄຟຟ້າຂອງປະເທດຕົນ. ຕາມຄວາມເປັນຈິງແລ້ວ, ເອກະສານດັ່ງກ່າວແມ່ນມີຈຸດປະສົງ ໃຫ້ຄໍາແນະນໍາທາງດ້ານວິຊາການ ໃນການອອກແບບເຂື່ອນ ເບື້ອງຕົ້ນເທົ່ານັ້ນ, ແຕ່ ຜ່ານການຄົ້ນຄວ້າຂອງວິຊາການແລ້ວ ເຫັນວ່າ: ເນື້ອໃນຫຼັກຂອງບົດແນະນໍາດັ່ງກ່າວ ແມ່ນເປັນຄູ່ມືໃນ ການຕິດຕາມກວດກາ ທີ່ລົງລະອຽດທາງດ້ານວິຊາການ. ບົດແນະນໍາດັ່ງກ່າວ ໄດ້ເນັ້ນໃສ່ການພັດທະນາເຂື່ອນໄຟຟ້າ ຢູ່ຕາມລໍານໍ້າຂອງພຽງຢ່າງດຽວ, ຊຶ່ງໃນຄວາມເປັນຈິງ ການພັດທະນາເຂື່ອນໄຟຟ້າພະລັງນໍ້າຕາມລໍາແມ່ນໍ້າຂອງ ຍັງມີຫຼາຍຂະແໜງການອື່ນໆ ທີ່ກ່ຽວຂ້ອງ ກັບການພັດທະນາເຂື່ອນ ເຊັ່ນ: ປາ ແລະ ການປະມົງ, ຊົນລະປະທານຂະໜາດໃຫຍ່ ທີ່ມີການໃຊ້ນໍ້າ ຈາກແມ່ນໍ້າຂອງ; ບົດແນະນໍາດັ່ງກ່າວ ອາດເປັນການກີດກັ້ນ ການພັດທະນາເຂື່ອນໄຟຟ້າຕາມລໍາແມ່ນໍ້າຂອງ ຂອງ ສປປ ລາວ ເກີນໄປ ເນື່ອງຈາກປະເທດສະມາຊິກອື່ນແມ່ນບໍ່ມີການພັດທະນາເຂື່ອນໄຟຟ້າ, ເຖິງຈະມີກໍມີໜ້ອຍພ້ອມດຽວ ກັນນັ້ນ, ແຕ່ລະຂະແໜງການກໍມີຍຸດທະສາດ ແລະ ລະບຽບການພາຍໃນຢູ່ແລ້ວ; ເຫັນດີຮັກສາມາດຕະຖານ ການອອກແບບທາງເດີນ ເຮືອຕາມ PDG ສະບັບປີ 2009 ເນື່ອງຈາກວ່າມາດຕະຖານແຫ່ງຊາດ ສໍາລັບການເດີນເຮືອ ແລະ ສະພາບແມ່ນໍ້າຂອງ ແມ່ນສາມາດຮອງຮັບເຮືອຂະໜາດ 500 ໂຕນເທົ່ານັ້ນ; ການສ້າງທາງປາຜ່ານ ແລະ ຂັ້ນໄດ ຂຶ້ນລົງຂອງປາ, ທາງດ້ານຫຼັກການ ແມ່ນເຫັນດີ ແຕ່ໃນທາງປະຕິບັດແມ່ນຍັງບໍ່ມີຂໍ້ມູນ ແລະ ເຫັນວ່າເປັນເລື່ອງໃໝ່ ສໍາລັບ ສປປ ລາວ.  ຜ່ານມາທາງສູນຄົ້ນຄວ້າ ການປະມົງ ແມ່ນ ສາມາດເຮັດໄດ້ແຕ່ທາງປາຜ່ານຢູ່ຊົນລະປະທານທີ່ມີຄວາມສູງ 6 ແມັດ. ສະນັ້ນ, ສໍາລັບເຂື່ອນໄຟຟ້າພະລັງນໍ້າ ສະເໜີສ້າງເປັນບົດແນະນໍາແບບລວມໆໄວ້ກ່ອນ; ບົດແນະນໍາ ສະບັບນີ້ ມີລັກສະນະກໍານົດມາດຕະການ ຊຶ່ງບໍ່ສອດຄ່ອງກັບ ລັກສະນະຂອງບົດແນະນໍາ ເນື່ອງຈາກມີການກໍານົດເປັນໂຕເລກລະອຽດ ເປັນຕົ້ນແມ່ນການກໍານົດປະລິມານ ນໍ້າໄຫຼ ເຂົ້າ-ອອກ, ການເຄື່ອນຍ້າຍຂອງ ຕະກອນ ແລະ ຈໍານວນ, ຂະໜາດຂອງປາຂຶ້ນລົງ. ສະນັ້ນ, ຄວນກໍານົດເປັນລັກສະນະລວມໆ ກໍພຽງພໍແລ້ວ;

ສໍາລັບເອກະສານທີ 2: ຮ່າງບົດແນະນໍາການປະເມີນຜົນກະທົບສິ່ງແວດລ້ອມຂ້າມຜ່ານຊາຍແດນ (TbEIA)

ຮ່າງບົດແນະນໍາດັ່ງກ່າວຄວນກໍານົດຂອບເຂດຂອງການນໍາໃຊ້ຢ່າງຈະແຈ້ງ; ບົດແນະນໍານີ້ ເນັ້ນໃສ່ແຕ່ເຂື່ອນເປັນສ່ວນຫຼາຍ ໂດຍບໍ່ເວົ້າເຖິງດ້ານອື່ນໆ ທີ່ພົວພັນກັບການພັດທະນາ ຢູ່ໃນອ່າງແມ່ນໍ້າຂອງ ເຊັ່ນ: ກະສິກໍາ, ປ່າໄມ້, ບໍ່ແຮ່ ເປັນຕົ້ນ; ຄ່າໃຊ້ຈ່າຍ ໃນການປະເມີນຜົນກະທົບສິ່ງແວດລ້ອມຂ້າມຜ່ານຊາຍແດນ ຄວນມາຈາກງົບປະມານຂອງ ກອງເລຂາ ຄມສ ຫາກບໍ່ແມ່ນ ປະເທດທີ່ສະເໜີໂຄງພັດທະນາໂຄງການເປັນຜູ້ຮັບຜິດຊອບຝ່າຍດຽວ;

ສໍາລັບເອກະສານທີ 3: ຮ່າງຍຸດທະສາດການພັດທະນາໄຟຟ້າພະລັງນໍ້າແບບຍືນຍົງ (SHDS)

ກ່ຽວກັບ ການສະເໜີນໍາໃຊ້ພະລັງງານທົດແທນປະເພດອື່ນເຂົ້າໃນຍຸດທະສາດດັ່ງກ່າວ ເຫັນວ່າບໍ່ເໝາະສົມກັບຈຸດປະສົງ ແລະ ເປົ້າໝາຍຂອງຮ່າງຍຸດທະສາດ ການພັດທະນາໄຟຟ້າ ພະລັງນໍ້າແບບຍືນຍົງ; ຍຸດທະສາດສະບັບນີ້ ແມ່ນໄດ້ເຊື່ອງຊ້ອນແຜນຈັດ ຕັ້ງປະຕິບັດງານ ແລະ ບັນດາເອກະສານອື່ນໆໄວ້. ຫາກຮັບຮອງເອກະສານນີ້ ເອກະສານອື່ນທີ່ກ່ຽວຂ້ອງ ກໍຈະຖືກຮັບຮອງໄປໃນໂຕ. ສະນັ້ນ, ເຫັນວ່າແຜນຈັດຕັ້ງປະຕິບັດງານ ແລະ ແຜນກິດຈະກໍາທີ່ຄັດຕິດໃນເອກະສານຊ້ອນທ້າຍ ຄວນນໍາເອົາໄປຜັນຂະຫຍາຍຢູ່ໃນແຜນ ພັດທະນາ ອ່າງ 2021-2030 ແລະ ຍຸດທະສາດ ຄມສ 2021-2025;  ຍຸດທະສາດສະບັບນີ້ ມີລັກສະນະເຈາະຈົງສະເພາະໃສ່ ສປປ ລາວ ໃນການພັດທະນາ ເຂື່ອນໄຟຟ້າ ພະລັງນໍ້າ ແຕ່ໃນຄວາມເປັນຈິງ ສປປ ລາວ ກໍມີຍຸດທະສາດພາຍໃນຂອງຕົນຢູ່ແລ້ວ.